ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ນະຄອນວັດ (Angkor Wat) 1 ໃນ 7 ສິ່ງມະຫັດສະຈັນຂອງໂລກ, ຢູ່ທີ່ກຳປູເຈຍ







ສຸກ, ວັນທີ 10 ມິຖຸນາ 2016, ເວລາ 11:20 ເຊົ້າ
ພາບຈາກ: Wikipedia

         ນະຄອນວັດ (Angkor Wat) ເປັນສາສະໜາສະຖານຕັ້ງຢູ່ໃນ ເມືອງພະນະຄອນ, ແຂວງສຽມລຽບ, ປະເທດກຳປູເຈຍ. ສ້າງໃນສະໄຫມຂອງ ພະເຈົ້າສຸລິຍະວໍລະມັນທີ 2 ໃນຊ່ວງຕົ້ນສະຕະວັດທີ 12 ໂດຍເປັນສາສະໜາສະຖານແຫ່ງພະນະຄອນຂອງທ່ານ, ສະຖານທີ່ນີ້ໄດ້ຮັບການອະນຸລັກເປັນ ຢ່າງດີ ຈົນເປັນສູນກາງທາງດ້ານສາສະໜາທີ່ສໍາຄັນພຽງແຫ່ງດຽວທີ່ຍັງເຫຼືອຮອດມາຈົນເຖິງປະຈຸບັນນັບຕັ້ງແຕ່ສ້າງແລ້ວສຳເລັດ. ແຕ່ກ່ອນນະຄອນວັດ ເປັນເທວະສະຖານຂອງສາສະໜາຮິນດູ ເຊິ່ງສ້າງຂຶ້ນເພື່ອຖະຫວາຍແດ່ພະວິສະນຸ ກ່ອນທີ່ຈະປ່ຽນເປັນສາສະໜາພຸດ. ນະຄອນວັດເປັນສິ່ງກໍ່ສ້າງທາງສາສະ ໜາທີ່ມີຂະໜາດໃຫຍ່ທີ່ສຸດຂອງໂລກ ໂຕຂອງເທວະສະຖານຖືເປັນທີ່ສຸດຂອງສະຖາປັດຕະຍະກຳຂອມສະໄໝກ່ອນທີ່ຮຸ່ງເຮືອງ ແລະ ໄດ້ກາຍມາເປັນ ສັນຍາລັກຂອງປະເທດກຳປູເຈຍ ໂດຍປະກົດຢູ່ໃນທຸງຊາດກຳປູເຈຍ ແລະ ເປັນຈຸດທ່ອງທ່ຽວຫຼັກຂອງປະເທດ ຕະຫຼອດຈົນໄດ້ຮັບການລົງທະບຽນ ເປັນມໍລະດົກໂລກອີກດ້ວຍ.


ພາບຈາກ: vietlongtravel

          ໃນປີ ຄ.ສ 1586 ໄດ້ມີນັກບວດຈາກປະເທດໂປຕູເກດ ນາມວ່າ ອັນໂຕນີໂອ ດາ ມັກດາເລນາ ເປັນຄົນຈາກຕາເວັນຕົກຄົນທຳອິດທີ່ໄດ້ ມາຢ້ຽມຢາມນະຄອນວັດ ແຕ່ທີ່ຈະຖືວ່າເປັນການເປີດປະຕູໃຫ້ແກ່ປາສາດນະຄອນວັດສູ່ສາຍຕາຊາວໂລກນັ້ນ ແມ່ນການຄົ້ນພົບຂອງ ອອງລີ ມູໂອ ນັກສະສົມແມງໄມ້ ແລະ ນັກສຳຫຼວດຊາວຝະລັ່ງ ເມື່ອປະມານຮ້ອຍກວ່າປີທີ່ຜ່ານມາ. ຄວາມຈິງແລ້ວຊາວກຳປູເຈຍບໍ່ເຄີຍລະຖິ້ມນະຄອນວັດໄປ ເພາະຫຼັງຈາກທີ່ມີການຍ້າຍເມືອງຫຼວງມາຢູ່ທີ່ພະນົມເປັນແລ້ວ ຊາວບ້ານກໍ່ໄດ້ພາກັນເຂົ້າໄປຕັ້ງຖິ່ນຖານໃນເຂດນະຄອນວັດເລື້ອຍມາ ປາສາດນະຄອນ ວັດເປັນສິ່ງກໍ່ສ້າງໃນຍຸກສິ້ນສຸດຂອງອະນາຈັກຂອມ ໂດຍມີຫີນຊາຍເປັນວັດສະດຸຫຼັກ.


ພາບຈາກ: telegraph

          ປາສາດນະຄອນວັດມີຂະໜາດໃຫຍ່ເຖິງ 200,000 ຕາລາງແມັດ, ໂຕຂອງປາສາດສູງ 60 ແມັດ, ຍາວ 100 ແມັດ ແລະ ກວ້າງ 80 ແມັດ, ມີແຜນຜັງທີ່ຖືວ່າເປັນວິວັດທະນາການຂັ້ນສຸດຍອດຂອງປາສາດຂອມ ເຊິ່ງມີປາສາດ 5 ຫຼັງຕັ້ງຢູ່ເທິງຖານສູງຕາມະຕິຂອງສູນກາງຂອງຈັກກະວານ, ມີ ກຳແພງດ້ານນອກ ຍາວດ້ານລະ 1.5 ກິໂລແມັດ, ມີຄອງນໍ້າອ້ອມຮອບຕາມແບບມະຫາສະໝຸດເທິງສະຫວັນທີ່ອ້ອມຮອບເຂົາພະສຸເມນ. ໃຊ້ຫີນລວມ 600,000 m3, ໃຊ້ແຮງງານຊ້າງກວ່າ 40,000 ເຊືອກ ແລະ ແຮງງານຄົນຫຼາຍກວ່າແສນຄົນ ແລະ ຂົນຫີນມາຈາກເຂົາພະນົມກຸເລນ ເຊິ່ງຢູ່ຫ່າງ ອອກໄປກວ່າ 50 ກິໂລແມັດ ມາສ້າງ. ປາສາດນະຄອນວັດ ມີເສົາ 1,800 ຕົ້ນ ເຊິ່ງມີນໍ້າໜັກຕົ້ນລະ 10 ໂຕນ, ໃຊ້ເວລາໃນການສ້າງຮ່ວມ 100 ປີ, ໃຊ້ຊ່າງແກະສະລັກ 5,000 ຄົນ ແລະ ໃຊ້ເວລາເຖິງ 40 ປີ. ຫໍຄອຍສູງ 60 ກວ່າແມັດສູນກາງຂອງກຸ່ມປາສາດ ອັນສະເໝືອນສູນກາງຂອງຈັກກະວານ ນັ້ນ, ມີທາງຍ່າງຂຶ້ນທີ່ຖືວ່າຊັນ ປະມານ 50 ອົງສາ ແຕ່ກໍ່ເປັນຈຸດສຳຄັນທີ່ນັກທ່ອງທ່ຽວທຸກເພດ, ທຸກໄວ ຈາກຫຼາຍໆປະເທດຈະຕ້ອງປີນຂຶ້ນໄປ ແລະ ໄຕ່ລົງມາ ທີ່ຈຸດສູງສຸດຂອງຫໍນີ້ຈະສາມາດເບິ່ງເຫັນຈຸດສວຍງາມສຸດຂອງປາສາດ.

ທີ່ມາຂໍ້ມູນ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting